Infinity Tourism
ຕິດຕໍ່ພວກເຮົາ
Our Work
ໂຄງການອອກແບບ ສະຖານທີ່ທ່ອງທ່ຽວທຳມະຊາດ ຕິດພັນກັບກະສິກຳ ພູຈອມຫວດ ແລະ ພູຫີນກອງ.
ໂຄງການອອກແບບສະຖານທີ່ທ່ອງທ່ຽວທຳມະຊາດພູຈອມຫວດ ແລະ ພູຫີນກອງ ເປັນການພັດທະນາແບບຍືນຍົງທີ່ເຊື່ອມໂຍງຄວາມງົດງາມຂອງທຳມະຊາດເຂົ້າກັບວິຖີຊີວິດກະສິກຳແບບດັ້ງເດີມ ໂຄງການນີ້ອອກແບບໃຫ້ນັກທ່ອງທ່ຽວໄດ້ສຳຜັດປະສົບການທ່ຽວຊົມທິວທັດອັນຕະການຕາຂອງພູຈອມຫວດ ແລະ ພູຫີນກອງປະຕິມາກຳຫີນທຳມະຊາດ, ຄຽງຄູ່ກັບການຮຽນຮູ້ວິທີການປູກພືດ ແລະ ລ້ຽງສັດແບບອິນຊີ. ເສັ້ນທາງຍ່າງຊົມທຳມະຊາດ, ຈຸດຊົມວິວພາໂນຣາມາ, ອຫຼ່ງທ່ອງທ່ຽວສວນສະນຸກ ແລະ ຕະຫຼາດຜະລິດຕະພັນທ້ອງຖິ່ນໄດ້ຖືກອອກແບບໃຫ້ກົມກືນກັບສະພາບແວດລ້ອມ ໂດຍນຳໃຊ້ວັດສະດຸທຳມະຊາດ ແລະ ພະລັງງານທົດແທນ ໂຄງການນີ້ມີຈຸດປະສົງເພື່ອສົ່ງເສີມການທ່ອງທ່ຽວແບບມີຄວາມຮັບຜິດຊອບ, ສ້າງລາຍໄດ້ໃຫ້ຊຸມຊົນທ້ອງຖິ່ນ ແລະ ອະນຸລັກມໍລະດົກທາງວັດທະນະທຳ ແລະ ລະບົບນິເວດຂອງພື້ນທີ່.
ການອອກແບບສະຖານທີ່ທ່ອງທ່ຽວທຳມະຊາດພູຈອມຫວດ ແລະ ພູຫີນກອງ ອກກແບບໂດຍທີມງານຊັ້ນນຳຜູ້ທີ່ມີຄວາມຊ່ຽວຊານໃນການອອກແບບພື້ນທີ່ທ່ອງທ່ຽວເຊິງນິເວດ.
ໂຄງການອອກແບບສະຖານທີ່ທ່ອງທ່ຽວທຳມະຊາດພູຈອມຫວດ ແລະ ພູຫີນກອງ ຍັງລວມເອົາການສ້າງສູນຮຽນຮູ້ນິເວດວິທະຍາທີ່ນຳສະເໜີຄວາມຮູ້ກ່ຽວກັບພືດ ແລະ ສັດທ້ອງຖິ່ນທີ່ເປັນເອກະລັກຂອງພື້ນທີ່.
ນຳພາໂດຍສະຖາປະນິກຜູ້ມີປະສົບການໃນການອອກແບບໂຄງການເຊິງອະນຸລັກ, ທີມງານປະກອບດ້ວຍນັກອອກແບບພູມິສະຖາປັດ, ວິສະວະກອນສິ່ງແວດລ້ອມ, ແລະ ຜູ້ຊ່ຽວຊານດ້ານກະສິກຳຍືນຍົງ.









