About us
ກ່ຽວກັບເຮົາ
Heritage Group - XiengDong Studio
ຂໍ້ມູນຂອງ heritage group
ປະຫວັດຄວາມເປັນມາ
ບໍລິສັດ ເຮີລິເທດ ສະຕູດີໂອ ຫຼື (Heritage Studio Group) ສ້າງຕັ້ງຂຶ້ນເມື່ອວັນທີ່ 11 ເດືອນ 11 ປີ 2021
ດ້ວຍທຶນຈົດທະບຽນທຳອິດ 700.000.000 ກີບ (ເຈັດຮ້ອຍລ້ານກີບ) ດຳເນີນທຸລະກິດ ດ້ານການສຳຫຼວດ-ອອກແບບ ແລະ ກໍ່ສ້າງ ຈຳກັດ, ລວມໄປເຖິງການໃຫ້ບໍລິການ ທາງດ້ານການພັດທະນາສີມືແຮງງານຕ່າງໆ ໃນການບໍລິຫານໂດຍກຸ່ມທິມງານ ທີ່ມີປະສົບການດ້ານວິສະວະກອນ ແລະ ເທັກໂນໂລຊີ ທີ່ປະສົມປະສານກັບ ລະບົບການສື່ສານທີ່ທັນສະໄໝ ແລະ ໃຫ້ບໍລິການມາຫຼາຍກ່ວາ 8 ປີ.
ພາຍໃຕ້ວິໄສທັດຂອງຜູ້ບໍລິຫານ ທີ່ນໍາໂດຍ ທ່ານ ອານຸສິດ ບຸບຜາ ທີ່ມີຄວາມເຊື່ອໝັ້ນວ່າ ຄວາມປະສົມປະສານທາງດ້ານ ຄວາມຮູ້-ປະສົບການ ແລະ ເທັກໂນ່ໂລຢີ ຈະກໍ່ໃຫ້ເກີດນະວັດຕະກຳໃໝ່ທີ່ຄ່ຽງຄູ່ກັບຄວາມທັນສະໄໝທີ່ຮັບປະກັນຕໍ່ຄຸນະພາບ ແລະ ສາມາດເຮັດໃຫ້ບໍລິສັດມີຄວາມຈະເລີນເຕີບໂຕຢ່າງຕໍ່ເນື່ອງ ເພື່ອຕອບຮັບການຂະຫຍາຍຕົວທາງດ້ານໂຄງສ້າງເສດຖະກິດພຶ້ນຖານຂອງປະເທດຊາດ ແລະ ຕໍ່ຍອດຕໍ່ການແລກປ່ຽນຄວາມຮູ້ ແລະ ຄວາມສາມາດ ທີ່ມີການພົວພັນຜ່ານໜ່ວຍງານຫຼັກ ທັງພາກລັດ ແລະ ເອກະຊົນ ຖືເປັນວຽກງານບູລິມະສິດສຳຄັນໃນການສ້າງສັນຄວາມຢັ້ງຢືນໃນດ້ານທຸລະກິດ ແລະ ມີສ່ວນຮ່ວມໃນການພັດທະນາຕໍ່ສັງຄົມ ກໍ່ຄືປະເທດຊາດ.
Get In Touch
ANOUSITH BOUPHA-CEO
ວັດຖຸປະສົງ
ເຮີລິເທດ ກຣຸບ ຫຼື ຊຽງດົງ ສະຕູດີໂອ ມີເປົ້າໝາຍຫຼັກ ໃນການເປັນຜູ້ນຳໃນທຸລະກິດ ທີ່ອອກແບບ ແລະ ກໍ່ສ້າງ ທີ່ໃຫ້ບໍລິການໃນຫຼາຍໆຮູບແບບ ທີ່ປະສົມປະສານກັບຄວາມທັນສະໄໝຄຽງຄູ່ກັບການອານຸລັກຮັກສາວັດທະນະທຳທີ່ມີເອກະລັກສະເພາະໃນແຕ່ລະຂົງເຂດ. ໂດຍມຸ່ງເນັ້ນໃນກຸ່ມລູກຄ້າທຸກເປົ້າໝາຍທີ່ມີຄວາມສົນໃຈໃນດ້ານການໃຫ້ບໍລິການ ອອກແບບ ແລະ ກໍ່ສ້າງ ເພື່ອເຮັດໃຫ້ລູກຄ້າໃນກຸ່ມດັ່ງກ່າວນີ້ ມີຄວາມເຊື່ອໝັ້ນຕໍ່ທຸລະກິດ ແລະ ກໍ່ໃຫ້ເກີດຄວາມເພິ່ງພໍໃຈສູງສຸດ ຄຽງຄູ່ກັບສັກກະຍາພາບໃນການເຕີບໂຕທີ່ໂດດເດັ່ນ.
ຄ່ານິຍົມ
- ມີວິໄນ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ ໃຫ້ຜົນຕອບແທນທີ່ຄຸ້ມຄ່າ
- ເຄົາລົບກົດລະບຽບ ແລະ ຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ
- ມີການຮຽນຮູ້ ແລະ ພັດທະນາບຸກຂະລາກອນຢ່າງສະໝ່ຳສະເໝີ
- ມີການປັບປຸງລະບົບການປະຕິບັດການຢ່າງຕໍ່ເນື່ອງ
- ມີຄຸນະທຳ ແລະ ຈາລິຍະທຳ
ຄຳຂັວນຂອງບໍລິສັດ
ຜະລິດງານມາດຕະຖານ ສ້າງງານຄຸນະພາບ ທັນສະໄໝ ສ້າງດ້ວຍ Heritage Group
ມາຮອດປີ 2024 ອີງໃສ່ທ່າແຮງ ແລະ ສະພາບເສດຖະກິດ ເຫັນວ່ານັບມື້ນັບຂະຫຍາຍຕົວ ດັ່ງນັ້ນ, ພວກເຮົາຈຶ່ງໄດ້ເພີ່ມການບໍລິການຂື້ນຕື່ມ ທີ່ມີຄວາມຫຼາກຫຼາຍ ແລະ ໃຫ້ມີລັກສະນະເຈາະສົ່ງເພື່ອໃຫ້ສອດຄ່ອງກັບຄວາມເຂົ້າໃຈຂອງກຸ່ມລູກຄ້າ ໂດຍເພີ່ມມຸນຄ່າການຈົດທະບຽນຂຶ້ນຕື່ມ ແລະ ໄດ້ພັດທະນາຈາກຊື່ ຈາກ ເຮີລິເທດ ສະຕູດີໂອ ມາເປັນ ຊຽງດົງ ອາຊີເທັກ, ຟິມ ແລະ ມີເດຍ (ຊຽງດົງ ສະຕູດີໂອ) ທີ່ມີວິຊາການ ສະຖາປານິກເອກ ໂດຍທ່ານ ທ່ານ ຈິດຕະກອນ ວິໄລພົງ ທີ່ມີປະສົບການ ແລະ ຄວາມຊຳນານາງດ້ານ ການສຳຫຼວດ ອອກແບບ ແລະ ກໍ່ສ້າງ ຫຼາຍກວ່າ 9 ປີ ເຫັນວ່າການບໍລິການສື່ສານໃນຍຸກດີຈີຕອນ ທາງດ້ານນະວັດຕະກຳໃໝ່ນີ້ ເພື່ອນຳສະເໜີເນື້ອຫາ ແລະ ຖ່າຍທອດກ່ຽວກັບການຂໍ້ມູນຈາກຜູ້ສົ່ງສານ ໄປຍັງຜູ້ຮັບສານເພື່ອໃຫ້ຫົງກັບວັດຖຸປະສົງທີ່ຕ້ອງການ ເຊິ່ງມີຄວາມໝາຍທາງດ້ານແນວຄິດ ແລະ ການກະທຳ ເພື່ອໃຫ້ຜູ້ຮັບສື່ສານໄດ້ໃນວົງກວ້າງໃນການພັດທະນາເນື້ອຫາໃຫ້ເຂົ້າກັບຍຸກສະໄໝ ແລະ ສະພາບແວດລ້ອມໃໝ່ໄດ້ທັນຕໍ່ເວລາ ຈຶ່ງໄດ້ພັດທະນາມາເປັນ ຊຽງດົງ ສະຕູດີໂອ ວັນທີ່ 11 ເດືອນ 02 ປີ 2024.
ຊຽງດົງ ສະຕູດິໂອ (Xieng Dong Studio) ແມ່ນທີມງານ ທີ່ຕໍ່ຍອດມາຈາກ ທີມສ້າງໜັງ ຊຽງດົງ ຟີມ (Xieng Dong Film) ທີ່ສ້າງຕັ້ງຂຶ້ນກ່ອນ ໃນປີ2014 ເປັນທີມທີເຮັດວຽກກ່ຽວກັບວິທະຍາ ແລະ ສິລະປະຫຼາຍຂະແໜງ ທີ່ປະກອບເຂົ້າກັນຕາມວິຊາສະເພາະທີ່ຖະນັດຂອງແຕ່ລະສະມາຊິກດ້ວຍກັນ.
ການບໍລິການແບ່ງຕາມຂະແໜງ
ຊຽງດົງ ຟີມ (Xieng Dong Film)
ຈະເຮັດວຽກກ່ຽວກັບການສ້າງຮູບເງົາສັ້ນ, ຮູບເງົາຍາວ ແລະ ສາລະຄະດີ.
ຊຽງດົງ ມີເດຍ (Xieng Dong Media)
ຈະເຮັດວຽກກ່ຽວກັບການສ້າງລາຍການບັນເທີງ, ສ້າງບົດຄວາມ ແລະ ຖ່າຍຮູບ.
ຊຽງດົງ ອາດຊີເຕັກ (Xieng Dong Architec)
ຈະເຮັດວຽກກ່ຽວກັບວຽກອອກແບບ ແລະ ກໍ່ສ້າງສະຖາປັດຕະຍະກຳ.
ຊຽງດົງ ແກລໍລີ ແອນບາ (Xieng Dong Garally and Bar)
ຈະເຮັດວຽກກ່ຽວກັບຫ້ອງວາງສະແດງສິລະປະ ແລະ ຮ້ານອາຫານ.
ຊຽງດົງ ແລ່ນແອນເຮົ້າສ (Xieng Dong Land & House)
ເຮັດວຽກກ່ຽວກັບ ອະສັງຫາລິມະຊັບ ເຊັ່ນ: ທີ່ດິນ ແລະ ອາຄານ.
352
Projects Completed
120+
Happy Customers
12
Awards Received
10
Years In Service
Meet Our Team
A descriptive paragraph that tells clients how good you are and proves that you are the best choice.
ANOUSITH BOUPHA
Founder/CEO
CHITTAKONE VILAYPHONG
Director of Xiengdong Studio
ລູກຄ້າຂອງພວກເຮົາ
Sustainability
Committed To Keep People Healthy & Safe
We Follow Best Practices
- Sustainablility
- Project On Time
- Modern Technology
- Latest Designs
